วันจันทร์ที่ 14 มีนาคม พ.ศ. 2554

HYIP ແມ່ນຫຍັງ?


- HYIP ແມ່ນຫຍັງ?
  HYIP (High Yield Investment Program) ແມ່ນໂຄງການລົງທຶນຜົນຕອບແທນສູງ.ໂດຍຮວບຮວມເງິນຂອງສະມາຊິກໄປລົງທຶນໃນ ຕະຫລາດຫຸ້ນ Commodity, Forex ແລະອື່ນໆ...ແລະຈະຈ່າຍຜົນຕອບແທນກັບຄືນໃຫ້ນັກລົງທຶນ(investor)ໃນຮູບແບບຂອງດອກເບ້ຍຕາມທີ່ທາງເວັບໄດ້ຕົກລົງໄວ້.
   hyip ມີຢູ່ຫລາຍເວັບໄຊຕ໌ດ້ວຍກັນ ເຊິ່ງແຕ່ລະເວັບໄຊຕ໌ກໍ່ໃຫ້ຜົນຕອບແທນດ້ວຍອັດຕາດອກເບ້ຍທີ່ແຕກຕ່າງກັນ
(ຫາເບິ່ງໄດ້ທີ່ Investment Plan ຂອງແຕ່ລະເວັບໄຊຕ໌ນັ້ນໆ) ແລະໄລຍະເວລາຂອງການລົງທຶນທີ່ເຮົາສາມາດຖອນເງິນອອກມາທັງຕົ້ນທັງດອກໄດ້ ກໍ່ມີໄລຍະເວລາຊ້າດົນແຕກຕ່າງກັນ 5 ວັນ 30 ວັນ ຈົນເຖິງ 150 ຫລື 180 ວັນ (ບາງເວັບອາດນັບເອົາແຕ່ວັນລາດຊະການ(business day) ຈັນ-ສຸກ ແລະບາງເວັບກໍ່ນັບເອົາທຸກວັນ (calendar day) ເຊິ່ງຂໍ້ກຳນົດເຫລ່ານີ້ຫາອ່ານໄດ້ທີ່ FAQ ຂອງແຕ່ລະເວັບໄຊຕ໌ນັ້ນໆ) ເວັບສ່ວນໃຫຍ່ຈະອະນຸຍາດໃຫ້ເຮົາຖອນເອົາດອກເບ້ຍ(interest)ໄດ້ທຸກວັນຢູ່ແລ້ວເຊິ່ງຈະມີແບບຖອນປຸບໄດ້ປັບ(instant withdraw)ເລີຍກໍ່ມີຫລາຍເວັບ.
ເວັບ hyip ສ່ວນໃຫຍ່ແມ່ນບໍ່ອະນຸຍາດໃຫ້ເຮົາສະຫມັກເກີນກົ່ວໜຶ່ງບັນຊີ ສາຍເຫດກໍ່ເພາະວ່າ 
ເວັບ hyip ສ່ວນໃຫຍ່ສະເໜີວ່າຈະໃຫ້ຄ່າແນະນຳສະມາຊິກໃຫມ່(referral commission) 5% ຫລືບາງເວັບກໍ່ໃຫ້ສູງເຖິງ 8% ໝາຍຄວາມວ່າຖ້າຄົນທີ່ເຮົາແນະນຳ ຫຼື ຊວນມານັ້ນ ໄດ້ທຳການຝາກເງິນ (deposit) ເປັນຈຳນວນ 100ໂດລາ ($100) ແລະເຮົາໄດ້5%ເປັນຄ່າແນະນຳ ເຮົາກໍ່ຈະໄດ້ $5 (ເພາະວ່າ $100 x 5% = $5 )
ແລະເງິນ $5ແມ່ນບໍລິສັດເປັນຄົນຈ່າຍບໍ່ແມ່ນຫັກເອົາມາຈາກຄົນຝາກເງິນ.
ເວັບ hyip ຈຳນວນໜຶ່ງອະນຸຍາດໃຫ້ນັກລົງທຶນທຳການ ເພີ່ມຈຳນວນເງິນຝາກທີມີຢູ່ແລ້ວ
ໃຫ້ມີຈຳນວນຫລາຍຂຶ້ນ ໂດຍການເອົາດອກເບ້ຍປະຈຳວັນທີ່ເຮົາໄດ້ຮັບນັ້ນ ເຂົ້າໄປລວມກັບເງິນຝາກປະຈຸບັນ
ວິທີນີ້ຈະເຮັດໃຫ້ເຮົາມີເງິນຝາກເພີ່ມຂຶ້ນເລື້ອຍໆ ແລະຈະໄດ້ຮັບດອກເບ້ຍຫລາຍຂຶ້ນໃນວັນຖັດໄປເລື້ອຍໆເຊັ່ນກັນ.
ເຊິ່ງກໍ່ມີໃຫ້ເລືອກຕັ້ງຄ່າເອງຕັ້ງແຕ່ 0%-100% ,ສົມມຸດວ່າ ເຮົາມີເງິນຝາກ $100 (active deposit $100)ແລະດອກເບ້ຍຕໍ່ມື້ແມ່ນ1.6% (daily profit 1.6%) ທຸກໆມື້ເຮົາຄວນຈະໄດ້ຜົນຕອບແທນ$1.6 ຢູ່ບ່ອນ account balance ທີ່ພ້ອມໃຫ້ເຮົາກົດເບີກໄດ້ທຸກເວລາ,
ແຕ່ຖ້າເຮົາຕັ້ງຄ່າ ຄອມພາວດິ້ງ(compounding) ເປັນ100% ກໍ່ຈະເຮັດໃຫ້ດອກເບ້ຍ$1.6
ຖືກຍ້າຍໄປລວມເຂົ້າກັນກັບເງິນຕົ້ນທຶນ$100ໃນactive deposit ເປັນ $101.6 .
ສຳລັບຂໍ້ກຳນົດ ແລະກົດລະບຽບຫາອ່ານໄດ້ທີ່ FAQ ຂອງແຕ່ລະເວັບໄຊຕ໌ນັ້ນໆ.




- ລົງທຶນກັບHYIP ມີຄວາມສ່ຽງ
   ການລົງທຶນຍ່ອມມີຄວາມສ່ຽງ hyip ກໍ່ເຊັ່ນດຽວກັນ
(ການລົງທຶນມີຄວາມສ່ຽງ ທ່ານຄວນລົງທຶນໃນຈຳນວນເງິນທີ່ທ່ານຍອມເສຍໄດ້)


 ຈາກປະສົບການສ່ວນຕົວຂ້ອຍເອງ 
ຕິດຕາມເບິ່ງຜົນການຈ່າຍເງິນເປັນປະຈຳ :ໄດ້ຈາກ
    http://www.allhyipmonitors.com/ດ້ວຍວິທີງ່າຍໆ
    ຄື ໄປທີ່ allhyipmonitors.com 
    ແລ້ວ ພິມຊື່ເວັບທີ່ເຮົາສົນໃຈຫລືກຳລັງລົງທຶນຢູ່ໃສ່ຊ່ອງ
    ທີ່ຢູ່ລຸ່ມຄຳວ່າ Search HYIP or AutoSurf by domain
    name: ແລ້ວຄລິກ Search (ເຊັ່ນພິມ safedepositary.com)

ທ່ານຈະເຫັນງຈຳພວກເວັບມໍນິເຕີ(hyip monitor)
ຫລາຍເວັບດ້ວຍກັນທີ່ໂຊສະຖານະ(status) ວ່າ paying
ກໍ່ສະແດງວ່າເວັບທີ່ທ່ານຄົ້ນຫານັ້ນຍັງຄົງຈ່າຍຢູ່
ແລະໃນຄະນະດຽວກັນທ່ານກໍ່ສາມາດໄປທີ່ FORUM Talkgold.com (ຫລື MoneyMakerGroup.com)ຕໍ່ໄປໄດ້ເລີຍເພື່ອຕິດຕາມເບິ່ງຄວາມເຫັນການຈ່າຍຫລ້າສຸດຂອງເວັບດັ່ງກ່າວ ໂດຍຄລິກທີ່
ແລ້ວຄລິກທີ່ Last page ເພື່ອຕິດຕາມຂໍ້ມູນຫລ້າສຸດ.


ຄຳສັບທີ່ຄວນຮູ້ :
Account status ຊະນິດບັນຊີ
Available for withdrawal ເງິນທີ່ພ້ອມໃຫ້ເຮົາທຳການເບີກຖອນໄດ້ (ເງິນດອກເບ້ຍປະຈຳວັນ)
Active deposit ຈຳນວນເງິນຝາກປະຈຸບັນ
Closed deposit ຍອດເງິນທັງມົດທີ່ໄດ້ຮັບຫລັງຈາກໄລຍະແຜນສິ້ນສຸດ (ເຊັ່ນ ໄລຍະແຜນ 150 ວັນ)
Pending withdrawals value ຈຳນວນເງິນທີ່ເບີກໄປແລ້ວ ແຕ່ຍັງຄ້າງຈ່າຍຢູ່
Completed withdrawals value ລວມຍອດທີ່ເຄີຍເບີກຖອນຜ່ານມາ

Total affiliates ສະມາຊິກທັງຫມົດໃນສາຍງານ
Active affiiates ສະມາຊິກໃນສາຍງານ ທີ່ໄດ້ທຳການຝາກເງິນ
1st level active affiliates ສະມາຊິກໃນສາຍງານ ຊັ້ນທີຫນຶ່ງ
(ແມ່ນສະມາຊິກທີ່ຫມັກຕໍ່ຈາກເຮົາໂດຍກົງ)
2st level active affiliates ສະມາຊິກໃນສາຍງານ ຊັ້ນທີສອງ
(ແມ່ນສະມາຊິກທີ່ສະຫມັກຕໍ່ຈາກການແນະນຳຂອງສະມາຊິກທີ່ຢູ່ໃນຊັ້ນທີຫນຶ່ງ)
3st level active affiliates ສະມາຊິກໃນສາຍງານ ຊັ້ນທີສາມ
(ແມ່ນສະມາຊິກທີ່ສະຫມັກຕໍ່ຈາກການແນະນຳຂອງສະມາຊິກທີ່ຢູ່ໃນຊັ້ນທີສອງ)

Amount ຈຳນວນ
Payment Processor  ລະບົບການຮັບ-ຈ່າຍເງິນ ເຊັ່ນ AlertPay
Deposit Start Date ວັນທີ່ທຳການຝາກ
Maturity date ວັນຄົບກຳນົດຈ່າຍເງິນ (ເຊັ່ນ150ວັນ)
Change comp (Change compound) ປ່ຽນເປີເຊັນຄອມພາວດ໌
Reject deposit ທຳການຍົກເລີກເງິນຝາກກ່ອນກຳນົດ(ເຊັ່ນບໍ່ຮອດ150ວັນແຕ່ຂໍຍົກເລີກກ່ອນ)
Contract ເອກະສານເຊັນສັນຍາ (ສັນຍາເງິນຝາກ)
FAQ (Frequently Asked Questions) ຄຳຖາມທີ່ມັກພົບເລື້ອຍໆ
sign up,register ທຳການສະຫມັກ
deposit fund,make deposit ທຳການຝາກເງິນ
withdraw fund,cash out ຖອນເງິນ,ເບີກເງິນ
Transaction history ປະຫວັດການໂອນເງິນ
Account Profile ຂໍ້ມູນກ່ຽວກັບບັນຊີຂອງເຮົາ
Account Overview,Account Summary ສະຫຼູບບັນຊີ
Account Balance ບັນຊີເງິນ
Support Center,Contact Us ບ່ອນໃຫ້ຄວາມຊ່ວຍເຫລືອສະມາຊິກ
Support Ticket ແມ່ນຈົດຫມາຍຂໍຄວາມຊ່ວຍເຫລືອ
Request ຮ້ອງຂໍ
Reply ຕອບກັບ
Send ສົ່ງ
Reveive ໄດ້ຮັບ
Receive Fund,Receive Money ໄດ້ຮັບເງິນ
Reserve Fund ເງິນສຳຮອງ


Fund ກອງທຶນ
Affiliate Program,Referral Program ການເຊື້ອຊວນແນະນຳ
Affiliate Link,Referral Link ລິ້ງສຳຫລັບເອົາໄປແນະນຳເຊື້ອຊວນຄົນອື່ນໃຫ້ມາສະຫມັກຕໍ່ຈາກເຮົາ ຫລື ມາໃຊ້ບໍລິການຕໍ່ຈາກເຮົາ
Refer ແນະນຳ
Banner ຮູບພາບປະຈຳຕົວຂອງເວັບໄຊຕ໌ ເພື່ອໃຫ້ເຮົາເອົາໄປໂຄສະນາໃນອິນເຕີເນັດ ເຊັ່ນ :




Allow ອະນຸຍາດ
Compound,Reinvest  ເພີ່ມຈຳນວນເງິນຝາກທີມີຢູ່ແລ້ວດ້ວຍດອກເບ້ຍ
Income ລາຍໄດ້
Earn Money ຫາເງິນ
Profit ຜົນຕອບແທນ
Interest ດອກເບ້ຍ
Interest rate ອັດຕາດອກເບ້ຍ
Daily interest ດອກເບ້ຍປະຈຳວັນ
Guarantee ຮັບປະກັນ
Invest  ລົງທຶນ
Low Risk ຄວາມສ່ຽງຕ່ຳ
non-trading day ວັນທີ່ທີ່ບໍ່ມີການຊື້ຂາຍຫຸ້ນ (ເຊັ່ນ Washington's day)